The District Court of Queensland has recently awarded damages in the sum of $148,114.85, clear of the statutory refund, to...
Read Moreໃນທຸກໆທຸລະກິດ ນາຍຈ້າງທຸກຄົນຈະຕ້ອງມີປະກັນໄພຄ່າຊົດເຊີຍສຳຫຼັບແຮງງານ
ກົດໝາຍວ່າດ້ວຍການຊົດເຊີຍ ແລະການຟື້ນຟູແຮງງານ ຂອງຕົນງານ (QLD) ແລະກົດໝາຍວ່າດ້ວຍການແກ້ໄຂອື່ນໆຂອງປີ 2003 ກຳໜົດໃຫ້ທຸກທຸລະກິດໃນ Queensland ທີ່ຈ້າງຄົນງານໃຫ້ມີປະກັນອຸປະຕິເຫດ ແລະຄຸ້ມຄອງຄົນງານສໍາລັບທຸລະກິດທັງໝົດ ແລະນາຍຈ້າງຕ້ອງເຮັດກົມມະທັນປະກັນໄພອຸປະຕິເຫດພາຍໃນ 5 ມື້ທຳການຫຼັງຈາກຈ້າງຄົນໃນ Queensland ຖ້າຫາກນາຍຈ້າງບໍ່ປະຕິບັດນະໂຍບາຍພາຍໃນໄລຍະເວລານີ້ ອາດມີການລົງໂທດທາງກົດໝາຍຖ້າຄົນງານຜູ້ໃດຜູ້ໜຶ່ງຂອງນາຍຈ້າງໄດ້ຮັບບາດເຈັບໃນຂະນະທີ່ເຮັດວຽກ ຄ່າຊົດເຊີຍຂອງຄົນງານກວມເອົາຄ່າໃຊ້ຈ່າຍທາງການແພດແລະຄ່າຈ້າງທີ່ສູນເສຍໄປ ຈາກການທີ່ຂາດວຽກໄປຍ້ອນການບາດເຈັບດັ່ງກ່າວ ລວມທັງນາຍຈ້າງເອງ ຄ່າຊົດເຊີຍຂອງຄົນງານຈະກວມເອົາຄ່າໃຊ້ຈ່າຍເຫຼົ່ານີ້ເຊັ່ນດຽວກັນ ລວມທັງຄ່າໃຊ້ຈ່າຍຂອງການຮຽກຮ້ອງທາງກົດໝາຍທົ່ວໄປທີ່ອາດຈະເກີດຂຶ້ນ
ໃນບົດຄວາມນີ້, ເຮົາຈະອະທິບາຍເຖິງຄ່າຊົດເຊີຍຂອງພະນັກງານ Queensland ເພື່ອແກ້ໄຂຂໍ້ສົງໃສສໍາລັບຫຼາຍຄົນທີ່ເປັນນາຍຈ້າງ ຫຼືປະຈຸບັນເຮັດວຽກຢູ່ໃນ Queensland ອົດ ສະ ຕາ ລີ ໃນ ປັດ ຈຸ ບັນ ບໍ່ ວ່າ ຈະ ເປັນ ຜູ້ ຖື ວີ ຊາ ໃດ ຫນຶ່ງ ທີ່ໄດ້ ຮັບ ອະ ນຸ ຍາດ ໃຫ້ ເຮັດ ວຽກຖືກຕ້ອງ ຕາມ ກົດ ຫມາຍ ທຸກໆທ່ານມີສິດທີ່ຈະໄດ້ຮັບຄ່າຊົດເຊີຍນີ້ເຊັ່ນດຽວກັນ
ນາຍຈ້າງສ່ວນໃຫຍ່ໃນ Queensland ໄດ້ຮັບການປະກັນໄພຄ່າຊົດເຊີຍສຳຫຼັບຄົນງານຜ່ານ WorkCover Queensland ທຸລະກິດຂະຫນາດໃຫຍ່ທີ່ມີພະນັກງານຢ່າງໜ້ອຍ 2,000 ຄົນອາດຈະສາມາດເຮັດປະກັນດ້ວຍຕົນເອງໄດ້ ຢ່າງໃດກໍ່ຕາມ, ພວກເຂົາຍັງຕ້ອງການປະຕິບັດຕາມກົດລະບຽບທີ່ລະບຸໄວ້ໃນກົດໝາຍວ່າດ້ວຍການຊົດເຊີຍ ແລະ ການຟື້ນຟູຄົນງານຂອງປີ 2003 (QLD)
ການປະກັນໂດຍຕົນເອງແມ່ນມີໃຫ້ກັບອົງກອນຂະຫນາດໃຫຍ່ທີ່ມີພະນັກງານເຕັມເວລາຫຼາຍກວ່າ 2000 ຄົນໃນ Queensland ອົງກອນທີ່ປະກັນຕົນເອງສະຫນອງການປະກັນໄພອຸປະຕິເຫດສໍາລັບພະນັກງານຂອງຕົນ ແທນການເຮັດປະກັນໄພກັບ WorkCover Queensland ໂດຍມີ The Workers’ Compensation Regulator
ຜູ້ດູແລການອອກໃບອະນຸຍາດການປະກັນໄພຕົນເອງໃນຄວີນແລນໃຫ້ອີກຕື່ມ
ໃນທາງລັດຄວີນແລນຈະມີຜູ້ຄວບຄຸມຄ່າຊົດເຊີຍສຳຫຼັບຄົນງານທີ່ເຮັດໜ້າທີ່ກວດສອບການຊົດເຊີຍຂອງຄົນງານໃນຄວີນແລນ ໃນກໍລະນີ ຖ້າທ່ານໃນຖານະເປັນພະນັກງານ ຫຼືນາຍຈ້າງຮູ້ສຶກວ່າການຮຽກຮ້ອງຄ່າຊົດເຊີຍ ຫຼືນະໂຍບາຍຂອງເຈົ້າບໍ່ຍຸຕິທໍາ, ຫຼືມີຂໍ້ຂັດແຍ່ງອື່ນໆກັບບໍລິສັດປະກັນໄພຂອງເຈົ້າ, ເຈົ້າສາມາດຍື່ນການກວດສອບໄດ້ໂດຍ Workers’ Compensation Regulator
ເຊີ່ງຈະມີການພິຈາລະນາ ອີງໃສ່ກົດໝາຍວ່າດ້ວຍຄ່າຊົດເຊີຍ ແລະ ການຟື້ນຟູຂອງຄົນງານປີ 2003 ເຊິ່ງມີລະບຸເຖິງການລວມ ແລະ ການຍົກເວັ້ນສະເພາະວ່າໃຜທີ່ຄວນໄດ້ຮັບຄວາມຄຸ້ມຄອງສຳຫຼັບຄ່າຊົດເຊີຍຂອງຜູ້ອອກແຮງງານ
ຖ້າຄົນງານໄດ້ຮັບບາດເຈັບຈາກການເຮັດວຽກ ເຂົາເຈົ້າອາດມີສິດຮຽກຮ້ອງຄ່າຊົດເຊີຍຂອງພະນັກງານ ໂດຍພະນັກງານທີ່ໄດ້ຮັບບາດເຈັບແມ່ນມີສິດໄດ້ຮັບການຊົດເຊີຍຕາມກົດຫມາຍ ໂດຍບໍ່ຄໍານຶງເຖິງການບາດເຈັບນັ້ນເກີດຂື້ນຈາກຜູ້ອອກແຮງງານເອງຫຼືໂດຍນາຍຈ້າງ ຄ່າຊົດເຊີຍຂອວຄົນງານອາດຈະລວມເຖິງຄ່າຊົດເຊີຍລາຍອາທິດສໍາລັບຄ່າຈ້າງທີ່ສູນເສຍໄປໃນໄລຍະການປິ່ນປົວ ຫຼືການຟື້ນຟູ ຄ່າໃຊ້ຈ່າຍທາງການແພດ / ການຟື້ນຟູແລະຄ່າໃຊ້ຈ່າຍໃນການເດີນທາງໄປຫາທ່ານຫມໍ
ບັນຫາຄວາມຜິດ ແລະ ການລະເລີຍຂອງນາຍຈ້າງ ແລະ ລວມທັງການລະເລີຍຮ່ວມໂດຍຄົນງານ ອາດ ຈະ ໄດ້ ຮັບ ການ ດໍາ ເນີນ ຄະ ດີ ຕາມ ກົດ ຫມາຍ ໂດຍ ທົ່ວ ໄປ ສໍາ ລັບ ຄວາມເສຍ ຫາຍ ແລະ ບາດ ເຈັບ ການຮຽກຮ້ອງຕາມກົດໝາຍທົ່ວໄປແມ່ນມີໃຫ້ຄົນງານທັງໝົດໃນລັດ Queensland ທີ່ສາມາດພິສູດໄດ້ວ່າເຂົາເຈົ້າໄດ້ຮັບບາດເຈັບໃນບ່ອນເຮັດວຽກຍ້ອນການລະເລີຍຂອງນາຍຈ້າງ ຄ່າຊົດເຊີຍຂອງຄົນງານສາມາດປະກອບມີການຊົດເຊີຍຄວາມເຈັບປວດ, ຄວາມທຸກທໍລະມານ, ທັ້ງທາງຈິດໃຈ, ທາງດ້ານຮ່າງກາຍ, ແລະການສູນເສຍທາງດ້ານເສດຖະກິດ. ໃນສ່ວນນີ້ນາຍຈ້າງໄດ້ຮັບການຄຸ້ມຄອງຄ່າໃຊ້ຈ່າຍທີ່ຈະຕ້ອງຈ່າຍໃຫ້ຄົນງານຈາກ WorkCover Queensland ຜ່ານກົມມະທຳປະກັນໄພອຸປະຕິເຫດ
ພະນັກງານທີ່ໄດ້ຮັບບາດເຈັບຕ້ອງຍື່ນຄໍາຮ້ອງກັບ WorkCover Queensland ຖ້ານາຍຈ້າງບໍ່ມີປະກັນໄພຕົນເອງ
ການບາດເຈັບໃນການເຮັດວຽກອາດປະກອບເຖິງ:
– ການຖືກອຸປະກອນໃດໆ ບາດ ຕັດ ຫຼືເຮັດໃຫ້ແຕກຫັກ
– ໂລກທີ່ມີສາເຫດມາຈາກການເຮັດວຽກ
– ຫູໜວກຈາການເຮັດອຸດສາຫະກຳ
– ການບາດເຈັບທີ່ເກີດຂື້ນລະຫວ່າງເດີນທາງໄປ ຫຼືກັບຈາກບ່ອນເຮັດວຽກ
– ການບາດເຈັບໃນຂະນະພັກ ໃນບ່ອນເຮັດວຽກ ຫຼືນອກບ່ອນເຮັດວຽກ
– ຄວາມຜິດປົກກະຕິທາງຈິດຕະເວດ ຫຼືຈິດໃຈ ເຊັ່ນຄວາມຄຽດ ຫຼືພາວະຊືມເສົ້າ
– ການເຮັດໃຫ້ໂລກທີ່ມີຢູ່ກ່ອນ ເກີດຄວາມຮຸນແຮງຂື້ນ
– ການເສຍຊີວິດຈາກການບາດເຈັບ ໂລກໄພໄຂ້ເຈັບ ຫຼືອາການກຳເລີບຂອງໂລກໂດຍເກີດຈາກການເຮັດວຽກ
ກົດໝາຍວ່າດ້ວຍຄ່າຊົດເຊີຍຂອງຜູ້ອອກແຮງງານ ຮຽກຮ້ອງໃຫ້ນາຍຈ້າງເຂົ້າຮ່ວມໂຄງການຟື້ນຟູ ແລະ ການຮັບກັບເຂົ້າເຮັດວຽກຄືນໃຫມ່ ສໍາລັບແຮງງານທີ່ໄດ້ຮັບບາດເຈັບ ການ ຟື້ນ ຟູ ໄດ້ ຖືກ ອອກ ແບບ ເພື່ອ ໃຫ້ ແນ່ ໃຈວ່ າ ຄົນ ງານ ມີ ຄວາມ ປອດ ໄພ ແລະ ກັບ ຄືນ ໄປ ເຮັດ ວຽກ ໄດ້ກ່ອນ ຫຼື ຕາມ ກໍາ ນົດ ເວ ລາ ຖ້ານາຍຈ້າງມີລູກຈ້າງທີ່ໄດ້ຮັບບາດເຈັບ, ເຂົາເຈົ້າຈໍາເປັນຕ້ອງແຈ້ງໃຫ້ WorkCover Queensland ແລະພວກເຂົາອາດຈະຖືກຮຽກຮ້ອງໃຫ້ເຂົ້າຮ່ວມໃນໂຄງການຟື້ນຟູ, ເຊິ່ງອາດຈະລວມມີການປິ່ນປົວທາງການແພດແລະການດູແລຟື້ນຟູອື່ນໆຈົນກ່ວາຄົນງານຈະຟື້ນຕົວຈາກການບາດເຈັບຂອງພວກເຂົາ
The District Court of Queensland has recently awarded damages in the sum of $148,114.85, clear of the statutory refund, to...
Read MoreState Government-run Institutions The Tasmanian Government established reformatory schools and detention centres to provide institutional care and confinement for young...
Read Moreในรัฐควีนส์แลนด์ พระราชบัญญัติการประกันภัยอุบัติเหตุทางรถยนต์ พ.ศ. 2537 ได้จัดให้มีระบบค่าสินไหมทดแทนสำหรับผู้ที่ได้รับบาดเจ็บจากอุบัติเหตุทางรถยนต์ ขั้นตอนแรกของการเรียกร้องค่าสินไหมทดแทน ทันทีหลังเกิดอุบัติเหตุ จำเป็นอย่างยิ่งที่จะต้องโทรศัพท์แจ้งตำรวจหากมีผู้ได้รับบาดเจ็บ ทรัพย์สินเสียหาย หรือหากผู้ขับขี่รายอื่นไม่ยอมหยุดรถหรือให้รายละเอียด การออกจากที่เกิดเหตุโดยไม่แลกเปลี่ยนข้อมูลกับฝ่ายอื่นๆ ที่เกี่ยวข้องกับอุบัติเหตุถือเป็นความผิดตามกฎหมายเช่นกัน ต่อไป เป็นสิ่งสำคัญที่บุคคลใดก็ตามที่เกี่ยวข้องกับอุบัติเหตุร้ายแรงควรไปพบแพทย์ทันที เนื่องจากการบาดเจ็บอาจไม่ปรากฏชัดในทันทีซึ่งจำเป็นต้องได้รับการตรวจจากทางแพทย์ รวมถึงสิ่งนี้จะให้บันทึกการบาดเจ็บที่บุคคลได้รับในระหว่างเกิดอุบัติเหตุอีกด้วย การเรียกร้องค่าสินไหมทดแทนจากอุบัติเหตุทางรถยนต์ตามกฎหมาย เจ้าของยานยนต์ทุกคนในออสเตรเลียจะต้องทำประกันภาคบังคับของบุคคลที่สาม (“CTP”) เพื่อป้องกันความรับผิดต่อการเสียชีวิตหรือการบาดเจ็บของผู้อื่นที่เกิดจากอุบัติเหตุทางรถยนต์ที่ตนเป็นฝ่ายผิด ...
Read More