ຂ້ອຍບໍ່ຄວນເຮັດຫຍັງເພື່ອບໍ່ໃຫ້ເກີດຄວາມເຂົ້າໃຈຜິດຕໍ່ບໍລິສັດປະກັນໄພ Worker’s Compensation ??

ພະລາດຊະບັນຢັດເງິນທົດແທນ ແລະການຟື້ນຟູແຮງງານ 2003 ມີບົດບັນຢັດກ່ຽວກັບຄວາມຜິດຕໍ່ກັບຜູ້ປະກັນເພື່ອຮຽກຮ້ອງຄ່າຊົດເຊີຍສຳຫຼັບແຮງງານ ບໍ່ວ່າຈະເປັນຄົນງານ/ຜູ້ຮຽກຮ້ອງ ນາຍຈ້າງຜູ້ໃຫ້ບໍລິການ ແລະອື່ນໆ ການສໍ້ໂກງຫຼືພະຍາຍາມສໍ້ໂກງບໍລິສັດປະກັນໄພ Worker’s Compensation ມີໂທດສູງສຸດຄືຈຳຄຸກ 5 ປີ ຫຼືປັບ 500 ຫນ່ວຍໂທດ ຊື່ງປະຈຸບັນເທົ່າກັບ 68,925 ໂດລາ
ບົດບັນຢັດການສໍ້ໂກງຫຼັກຢູ່ໃນມາດຕາ 533(1) ຂອງກົດໝາຍ ຊື່ງລະບຸວ່າ “ບຸກຄົນຕ້ອງບໍ່ສໍ້ໂກງ ຫຼືພະຍາຍາມສໍ້ໂກງຜູ້ປະກັນຕົນໃນທາງໃດທາງໜື່ງ” ບົດບັນຢັດນີ້ອ້າງເຖິງຄວາມພະຍາຍາມທີ່ຈະສໍ້ໂກງລວມເຖິງການກະທຳທີ່ເປັນການສໍ້ສົນຕໍ່ຜູ້ປະກັນເພື່ອຮຽກຮ້ອງຄ່າຊົດເຊີຍສຳຫຼັບແຮງງານ

ຕົວຢ່າງໃນຊີວິດປະຈຳວັນ

ສຳຫຼັບຕົວຢ່າງຂອງການສໍ້ໂກງອາດລວມເຖິງ:

1. ການທີ່ບຸກຄົນແຈ້ງສິ່ງໃດໜື່ງຕໍ່ຕົວແທນຂອງ WorkCover ຫຼືບໍລິສັດປະກັນໄພ ໂດຍທີ່ບຸກຄົນນັ້ນຮູ້ວ່າເປັນເທັດ ຫຼືເຮັດໃຫ້ເຊົ້າໃຈຜິດ “ໃນສາລະສຳຄັນ” ໄດ້

2. ສົ່ງມອບເອກະສານແກ່ໜ່ວຍງານເຫຼົ່ານີ້ຊື່ງມີຂໍ້ມູນທີ່ບຸກຄົນນັ້ນຮູ້ວ່າເປັນເທັດ ຫຼືເຮັດໃຫ້ເຂົ້າໃຈຜິດ “ໃນສາລະສຳຄັນ”

3. ການກັບໄປ ຫຼືມີສ່ວນຮ່ວມ “ໃນການເຮັດວຽກ” ໂດຍບໍ່ແຈ້ງໃຫ້ຜູ້ຮັບປະກັນໄພຮັບຊາບ ກົດໝາຍກຳໜົດໃຫ້ທ່ານຕ້ອງແຈ້ງບໍລິສັດປະກັນໄພກ່ຽວກັບການເລີ່ມ ຫຼືກັບໄປທີ່ “ເຮັດວຽກ” ອີກຄັ້ງ ພາຍໃນ 10 ວັນທຳການ ຫຼັງຈາກເລີ່ມຕົ້ນ ຫຼືກັບໄປທີ່ເຮັດວຽກ ໂດຍວຽກອາດເປັນວຽກທີ່ໄດ້ຮັບຄ່າຈ້າງ ວຽກທີ່ບໍ່ມີຄ່າຈ້າງ ຫຼືກິດຈະກຳທີ່ອາດເບີ່ງຄືເປັນກິດຈະກຳຮູບແບບການເຮັດວຽກ ຫາກທ່ານບໍ່ແຈ້ງໃຫ້ບໍລິສັດປະກັນໄພຮັບຮູ້ກ່ຽວກັບຮູບແບບການເຮັດວຽກນີ້ພາຍໃນ 10 ວັນທຳການ ອາດຖືວ່າເປັນການສໍ້ໂກງ

ຈະກວດສອບກິດຈະກຳທີ່ເປັນການສໍ້ໂກງໄດ້ແນວໃດ?

ກິດຈະກຳ ທີ່ຕ້ອງສົງໄສວ່າເປັນການສໍ້ໂກງ (ລວມເຖິງຄວາມພະຍາຍາມທີ່ຈະສໍ້ໂກງ) ຈະແຈ້ງ WorkCover ຜ່ານຊ່ອງທາງຕ່າງໆເຊັ່ນ:
 
– ລາຍງານການສໍ້ໂກງທີ່ສົ່ງທາງອອນລາຍຜ່ານເວັບໄຊ WorkSafe
 
– ໂທລະສັບໄປທີ່ WorkCover (ຈາກທັງຜູ້ໂທທີ່ບໍ່ລະບຸຊື່ ແລະບໍ່ລະບຸຕົວຕົນ)
 
– ການສື່ສານຈາກບຸກຄົນ ຫຼືນິຕິບຸກຄົນທີ່ກ່ຽວຂ້ອງກັບການຮຽກຮ້ອງຄ່າຊົດເຊີຍ
 
– ຄວາມຜິດປົກກະຕິ ຫຼືສີ່ງຜິດປົກກະຕິທີ່ລະບຸໂດຍຜູ້ຮັບປະກັນໄພໃນຂະນະທີ່ດຳເນີນເລື່ອງຕາມປົກກະຕິ
 
ຜູ້ຮັບປະກັນຄ່າຊົດເຊີຍແຮງງານມີໜ້າທີ່ພາຍໃຕ້ກົດໝາຍໃນການແຈ້ງບໍລິການຄວບຄຸມຄ່າຊົດເຊີຍແຮງງານ (WCRS) ໂດຍບໍ່ລັງເລຫາກມີຄວາມເຊື່ອທີ່ສົມເຫດສົມຜົນວ່າອາດມີຄວາມສຳພັນກັບບຸກຄົນ ຫຼືນິຕິບຸກຄົນທີ່ສໍ້ໂກງ ຫຼືພະຍາຍາມສໍ້ໂກງຜູ້ຮັບປະກັນຄ່າຊົດເຊີຍແຮງງານ ຜູ້ຮັບປະກັນຄ່າຊົດເຊີຍແຮງງານມີຂະບວນການສອບສວນພ່ຍໃນຂອງຕົນເອງເມື່ອການກະທຳບາງຢ່າງທີ່ຕ້ອງສົ ງໄສວ່າເປັນການສໍ້ໂກງຈະໄດ້ຮັບການສະເໜີໄປຍັງ WCRS ເພື່ອໃຫ້ແນ່ໃຈວ່າສະເພາະລາຍງານການສໍ້ໂກງ ຫຼືການພະຍາຍາມສໍ້ໂກງທີ່ແທ້ຈິງເທົ່ານັ້ນທີ່ຖືກສົ່ງໄປຍັງ WCRS

ຈະເກີດຫຍັງຂື້ນຫາກມີການລະບຸການກະທຳທີ່ເປັນການຄົດໂກງ?

ຫາກການສອບສວນເພີ່ມເຕີມຈາກ WCRS ພົບວ່າມີຫຼັກຖານພຽງພໍກ່ຽວກັບການຄົດໂກງ ຫຼືພະຍາຍາມຄົດໂກງ ອາດມີການແຈ້ງໄປຕໍ່ໜ່ວຍງານທີ່ຄວບຄຸມຄ່າຕອບແທນແຮງງານສຳຫຼັບກ່ນຟ້ອງຮ້ອງ ແມ້ວ່າການສົ່ງຕໍ່ການສໍ້ໂກງຈະໄດ້ຮັບການກວດສອບແຕ່ບໍ່ຖືກດຳເນີນຄະດີແຕ່ກໍຍັງມີການດຳເນີນການເພື່ອຈັດການກັບພຶດຕິກຳທີ່ສໍ້ໂກງ
 
ຕົວຢ່າງເຊັ່ນ ຄົນງານເວົ້າເກີນຄວາມຈິງເຖິງອາການບາດເຈັບ ແລະມີສັກກະຍະພາບໃນການເຮັດວຽກຫຼາຍກວ່າທີ່ພວກເຂົາຈະເຄລີຍໄດ້ ຊື່ງສົ່ງຜົນໃຫ້ຜູ້ຮັບປະກັນ່ຄ່າຊົດເຊີຍແຮງງານ ກວດສອບສິດປັດຈຸບັນຂອງຄົນງານໃນການໄດ້ຮັບຄ່າຊົດເຊີຍ ແລະຕັດສິນໃຈຢຸດຕິ ລະງັບ ຫຼືລົດສິດ ເປັນຕົ້ນ

ຜົນກະທົບທີ່ຮ້າຍແຮງເພີ່ມເຕີມຂອງການຖືກຕັດສິນວ່າມີຄວາມຜິດຖານສໍ້ໂກງ

ຫາກທ່ານຖືກຕັດສິນວ່າມີຄວາມຜິດຖານສໍ້ໂກງ ທ່ານຈະສູນເສຍສິດໃນການເລີ່ມຕົ້ນ ຫຼືດຳເນີນການຮຽກຮ້ອງຄ່າເສຍຫາຍຕາມກົດໝາຍຕໍ່ໄປ ຫາກການສໍ້ໂກງສົ່ງຜົນໃຫ້ທ່ານໄດ້ຮັບຜົນປະໂຫຍດຕາມກົດໝາຍທີ່ທ່ານບໍ່ມີສິດ ທ່ານຈະຕ້ອງຊຳລະຄ່າຊົດເຊີຍຕາມກົດໝາຍທັງໝົດທີ່ທ່ານໄດ້ຮັບໃຫ້ກັບບໍລິສັດປະກັນຄ່າຊົດເຊີຍແຮງງານ

ສິ່ງທີ່ທ່ານຄວນເຮັດ

ເປັນສິ່ງສຳຄັນຢ່າງຍິ່ງທີ່ຈະຕ້ອງໃຫ້ຂໍ້ມູນກັບບໍລິສັດປະກັຮ ແລະແພດຂອງທ່ານຢ່າງເຕັມທີ່ ແລະຕົງໄປຕົງມາ ແລະແຈ້ງໃຫ້ບໍລິສັດປະກັນໄພຮັບຊາບກ່ຽວກັບກິດຈະກຳທີ່ກ່ຽວຂ້ອງກັບວຽກທີ່ກຳລັງດຳເນີນການຢູ່ (ບໍ່ວ່າຈະໄດ້ຮັບຄ່າຈ້າງຫຼືບໍ່) ເປັນສິ່ງສໍາຄັນທີ່ທຸກຝ່າຍ ລວມທັງທະນາຍຄວາມຂອງທ່ານ ຕ້ອງຕະໜັກລາຍເຖິງຮັບໃດໆ ທີ່ທ່ານໄດ້ຮັບໃນລະຫວ່າງການຮຽກຮ້ອງການຊົດເຊີຍຕາມກົດຫມາຍ ສິ່ງສຳຄັນທີ່ຄືຕ້ອງບໍ່ເວົ້າເກີນຄວາມຈິງກ່ຽວກັບການບາດເຈັບຂອງທ່ານ ແລະໃຫ້ແນ່ໃຈວ່າພຶດຕິກໍາຂອງທ່ານສອດຄ່ອງກັບການບາດເຈັບຂອງທ່ານ ນອກຈາກນີ້ຄືຕ້ອງໃຫ້ຂໍ້ມູນທັງໝົດນີ້ແກ່ທະນາຍຄວາມທີ່ຊ່ວຍເຫຼືອທ່ານ ເພື່ອໃຫ້ໝັ້ນໃຈໄດ້ວ່າບຸກຄົນທີສາມທີ່ກ່ຽວຂ້ອງຈະໄດ້ຮັບການແຈ້ງເຕືອນ ແລະທະນາຍຄວາມຈະສາມາດຈັດການກັບການຮຽກຮ້ອງຄ່າຊົດເຊີຍຂອງທ່ານຕາມທີ່ຄວນ ຄວາມສ່ຽງຂອງພຶດຕິກໍາໃດໆ ໃນທາງອື່ນອາດສາມາດທໍາລາຍຊີວິດຂອງທ່ານໄດ້. ທ່ານບໍ່ຄວນເຮັດເປັນຢ່າງຍິ່ງ ເພາະທ່ານຄົງບໍ່ຕ້ອງການທີ່ຈະເຮັດໃຫ້ສິດທິການຊົດເຊີຍຂອງຜູ້ອອກແຮງງານຂອງທ່ານມີຄວາມສ່ຽງ, ສະນັ້ນການມີຄວາມໂປ່ງໃສກັບບໍລິສັດປະກັນໄພແລະທ່ານຫມໍແມ່ນການປ້ອງກັນທີ່ດີທີ່ສຸດຂອງທ່ານເພື່ອປົກປ້ອງຄວາມຊື່ສັດແລະສິດທິຂອງທ່ານ.

ຢ່າງໃດກໍຕາມຫາກເກີດອຸບັດຕິເຫດໃນທີ່ເຮັດວຽກແລ້ວທ່ານບໍ່ແນ່ໃຈວ່າຈະເຮັດແນວໃດເຖິງຈະຖືກຕ້ອງ ທ່ານສາມາດຕິດຕໍ່ມາຫາເຮົາໄດ້ເລີຍ
ບໍລິສັດ Littles ຂອງເຮົາມີນະໂຍບາຍ “No win No fee ບໍ່ຊະນະຄະດີ ບໍ່ມີຄ່າໃຊ້ຈ່າຍ” ທ່ານສາມາດຕິດຕໍ່ເພື່ອຂໍຮັບຄຳປຶກສາເບື້ອງຕົ້ນໄດ້ຟຣີ ເພື່ອຊ່ວຍໃຫ້ທ່ານໄດ້ເຂົ້າໃຈເຖິງສະຖານະການຂອງທ່ານ ສີ່ງທີ່ທ່ານຄວນຈະໄດ້ຮັບ ແລະຊ່ວຍໃຫ້ທ່ານເຂົ້າໃຈຕົວເລືອກທັງໝົດຂອງທ່ານ

ສາມາດຕິດຕໍ່ສອບຖາມໄດ້ຜ່ານທາງ:
Email: wapir@littles.co
ຂໍ້ຄວາມ (Direct message)
ຫຼືຕິດຕໍ່ໄດ້ທີ່ເບີໂທ
0478 770 556
(ທ. ອ໋ອງ ວະລັນ ອະພິລັດກະເສມ)

Like? Share it with your friends.

Contact the Author

Topics

More Articles

Worker’s Compensation ในรัฐควีนส์แลนด์ – หน้าที่ของนายจ้างในจัดการระบบการทำงานที่ปลอดภัย

สวัสดีครับ  ผมขอเล่าถึงกรณีหนึ่งที่พนักงานฟ้องร้องขอเงินชดเชย (Worker’s Compensation) ในรัฐควีนส์แลนด์ ซึ่งเคสนี้ เกี่ยวกับการจัดระบบการทำงานที่ปลอดภัยที่นายจ้างพึงมี ซึ่งผมเชื่อว่าเป็นประโยชน์ไม่ว่าท่านจะเป็นนายจ้าง หรือลูกจ้าง   เมื่อเร็ว ๆ นี้ ศาลแขวงแห่งรัฐควีนส์แลนด์ได้พิจารณาขอบเขตของส่วนที่ 2 และ 3 ตามพระราชบัญญัติค่าตอบแทนและการฟื้นฟูสมรรถภาพคนงาน 2003 (“WCRA”) ในบริบทการเรียกร้องค่าเสียหายให้กับพนักงาน...

Read More